邮 箱:info@tlph.com.la
English
ສປປ ລາວ ເຂົ້າເປັນ ສະມາຊິກສົມບູນຂອງ WHO ກ່ຽວກັບການຕ
ເພື່ອຮັບປະກັນການໃຊ້ຢາປິ່ນປົວຄົນເຈັບໃຫ້ມີຄວາມປອດໄພ ປ້ອງກັນອາການທີ່ບໍ່ເພິ່ງປາດຖະໜາທີ່ເກີດຂຶ້ນ
说明书下载
产品介绍

1.png


ເພື່ອຮັບປະກັນການໃຊ້ຢາປິ່ນປົວຄົນເຈັບໃຫ້ມີຄວາມປອດໄພ ປ້ອງກັນອາການທີ່ບໍ່ເພິ່ງປາດຖະໜາທີ່ເກີດຂຶ້ນ ຈາກການນໍາໃຊ້ຢາ, ກອງປະຊຸມຊະມັດຊາໃຫຍ່ ຂອງ ອົງການອະນາໄມໂລກ ຄັ້ງທີ 28 ເຫັນດີໃຫ້ມີລະບົບການຕິດຕາມຄວາມປອດໄພຂອງຢາສາກົນຂຶ້ນ ໃນປີ 1968 (The WHO Program for International Drug Monitoring) ເຊິ່ງຈຸດປະສົງ ແມ່ນເພື່ອສ້າງລະບົບເຄືອຂ່າຍໃນການເກັບກໍາຂໍ້ມູນທີ່ເກີດຂຶ້ນຈາກການນໍາໃຊ້ຢາ ແລະ ເພື່ອແລກປ່ຽນຂໍໍໍ້ມູນດ້ານຄວາມປອດໄພຂຂອງຢາ ໃນທົ່ວໂລກ. ປະຈຸບັນລະບົບຕິດຕາມຄວາມປອດໄພດ້ານຢາ ຂອງອົງການອະນາໄມໂລກ ແມ່ນມີສະມາຊິກເຄືອຂ່າຍຫລາຍກວ່າ 140 ປະເທດ ໃນທົ່ວໂລກ.

ສໍາລັບວຽກງານການຕິດຕາມຄວາມປອດໄພຂອງຂອງຢາ ຢູ່ ສປປ ລາວ ກໍ່ຄືໃນຂົງເຂດ ອາຊຽນ ມີຄວາມຈໍາເປັນຕ້ອງສ້າງລະບົບດັ່ງກ່າວ. ສໍາລັບວຽກງານດັ່ງກ່າວ ໃນຂົງເຂດອາຊຽນ ມີ 08 ປະເທດ ທີ່ໄດ້ເຂົ້າເປັນສະມາຊິກຂອງແຜນງານດັ່ງກ່າວແລ້ວ ຍັງເຫລືອແຕ່ ປະເທດ ມຽນມາ  ແລະ ສປປ ລາວ ທີ່ຍັງບໍ່ທັນໄດ້ເຂົ້າເປັນສະມາຊິກ.

ໃນການສ້າງເງື່ອນໄຂໃຫ້ແກ່ ສປປ ລາວ ເພື່ອໃຫ້ໄດ້ເຂົ້າເປັນສະມາຊິກເຄືອຂ່າຍ ຂອງອົງການອະນາໄມໂລກ ດ້ານການລາຍງາານຜົນສະທ້ອນຈາກການໃຊ້ຢາ, ກົມອາຫານ ແລະ ຢາ ໂດຍການຮ່ວມມືກັບ ກົມປິ່ນປົວ ແລະ ສູນຕ້ານເອດ ແລະ ພະຍາດ ຕິດຕໍ່ທາງເພດສໍາພັນ ໄດ້ຈັດຕັ້ງໂຄງການຕົວແບບໃນການຕິດຕາມຜົນສະທ້ອນຈາກການນໍາໃຊ້ຢາ ໃນເບື້ອງຕົ້ນເນັ້ນໃສ່ການຕິດຕາມ ໝວດຢາ ARV ແລະ ເລືອກການຕິດຕາມຢາ ສອງຊະນິດຄື: Nevirapine (NVP) ແລະ  Zidovudine (AZT)  ແລະ ໄດ້ຈັດຕັ້ງປະຕິບັດຢູ່ ຫ້າ ສູນປິ່ນປົວຜູ້ຕິດເຊື້ອ HIV ຄື: ໂຮງໝໍມະໂຫສົດ, ເສດຖາທິລລາດ, ໂຮງໝໍແຂວງ ຫລວງພະບາງ, ໂຮງໝໍແຂວງສະຫວັນນະເຂດ ແລະ ຈໍາປາສັກ ໃນປີ 2012-2013 ໂດຍການສະໜັບສະໜູນທາງດ້ານງົບປະມານ ແລະ ເຕັກນິກຈາກ ອົງການອະນາໄມໂລກ.

ຜົນຂອງການປະຕິບັດໂຄງການຕົວແບບດັ່ງກ່າວ ພົບວ່າ, ໃນຄົນເຈັບ 421 ທີ່ກິນຢາດັ່ງກ່າວ ເກີດອາການແພດ 73 ກໍລະນີ. ຈາກຜົນຂອງການເກັບກໍາຂໍ້ມູນຂອງໂຄງການຕົວແບບດັ່ງກ່າວ ກະຊວງສາທາລະນະສຸກ ຈຶ່ງໄດ້ຢືນສະເຫນີ ເຖິງອົງການ ອະນາໄມໂລກ ເພື່ອຂໍເປັນສະມາຊິກເຄືອຂ່າຍຂອງອົງການອະນາໂມໂລກ ກ່ຽວກັບການລາຍງານຄວາມປອດໄພຂອງການນໍາໃຊ້ຢາ ແລະ ຫລັງຈາກນັ້ນ ສປປ ລາວ ກໍ່ໄດ້ຖືກຮັບຮອງເປັນສະມາຊິກສໍາຮອງ ໃນວັນທີ 15 ສິງຫາ 2013.

World map showing the Official and Associate member countries as of April 2014. Some small countries may not be visible on this map.

Official member Associate member

ພາຍຫລັງທີ່ໄດ້ຮັບເປັນສະມາຊິກສໍາຮອງແລ້ວ ກົມອາຫານ ແລະ ຢາ ກໍ່ໄດ້ສືບຕໍ່ ເກັບກໍາຂໍ້ມູນ ກ່ຽວກັບ ຜົນສະທ້ອນຈາການນໍາໃຊ້ຢາ (Adverse Drug Reaction-ADR) ລາຍງານ ຈໍານວນທັງໝົດ 143 ກໍລະນີ ພ້ອມທັງມີການສ້າງສາຍສໍາພັນທີ່ດີ ກັບສູນຕິດຕາມຄວາມປອດໄພຂອງຢາ ຂອງ ອົງການອະນາໄມໂລກ ຫລື ສູນ Uppsala Monitoring Centre ໂດຍສືບຕໍ່ການເກັບກໍາຂໍ້ມູນການແພ້ຢາດັ່ງກ່າວ ແລ້ວ ປ້ອນເຂົ້າໃນ ລະບົບຖານຂໍ້ມູນ (data base) ຂອງອົງການອະນາໄມໂລກ. ຈົນມາຮອດປະຈຸບັນ ໄດ້ລາຍງານ 90 ກໍລະນີ. ຍ້ອນມີຜົນງານ ແລະ ການເຄື່ອນໄຫວໃນການຕິດຕາມຄວາມປອດໄພຈາກການໃຊ້ຢາເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຖືຮັບຮອງ ຈາກ WHO ໃຫ້ເປັນ ສະມາຊິກສົມບູນ ປະເທດທີ 122 ໃນວັນທີ 8 ກໍລະກົດ 2015.

ໃນການເຂົ້າເປັນສະມາຊິກເຄືອຂ່າຍການລາຍງານຄວາມປອດໄພຂອງຢາ ຜົນປະໂຫຍດທີ່ຈະໄດ້ຮັບມີ:

1. ສາມາດຍົກສູງບົດບາດທາງດ້ານການຄຸ້ມຄອງດ້ານຢາ ຂອງ ສປປ ລາວ ໃຫ້ເຊື່ອມສານກັບຫລັກການຂອງສາກົນ. ການຕິດຕາມຄວາມປອດໄພຂອງຢາ ແມ່ນໜ້າທີ່ຫລັກອັນໜຶ່ງ ຂອງວຽກງານຄຸ້ມຄອງການຢາ ຂອງອົງການຄຸ້ມຄອງແຫ່ງຊາດດ້ານຢາ (ກົມອາຫານ ແລະ ຢາ ກະຊວງສາທາລະນະສຸ).

2. ສາມາດເຂົ້າເຖິງຖານຂໍ້ມູນຄວາມປອດໄພດ້ານຢາ ຂອງສາກົນ (Access Worldwide Medicine Safety Data).

3. ສາມາດຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນພາກພື້ນ ແລະ ສາກົນ ແລະ ສາມາດແລກປ່ຽນຂໍ້ມູນຂ່າວສານ ດ້ານຢາ ພ້ອມທັງ ສາມາດເຜີຍແຜ່ໃຫ້ສາທາລະນະຊົນ ດ້ວຍລະບົບການເຕືອນໄພທີ່ສອດຄ່ອງ ແລະ ເຮັດໃຫ້ຜູ້ຊົນໃຊ້ ມີຄວາມລະມັດລະວັງຫລາຍຂຶ້ນ.

4. ສາມາດນໍາໃຊ້ເຄື່ອງມືສໍາລັບການລາຍງານ, ການເກັບກໍາຂໍ້ມູນ, ການຄົ້ນຫາ ແລະ ການວິໄຈຂໍ້ມູນການລາຍງານ (Individual Case Safety Reports).

5. ໄດ້ຮັບການສະໜັບສະໜູນ ດ້ານວິຊາການ ເຊັ່ນ: ການອົບຮົມ ແລະ ຄູມືຕ່າງໆ ໃນການຕິດຕາມຄວາມປອດໄພຂອງຢາ.

6. ການລາຍງານຈາກການຕິດຕາມຜົນສະທ້ອນຂອງການນໍາໃຊ້ຢາ ໄດ້ນໍາມາເປັນຂໍ້ມູນທາງດ້ານການຄຸ້ມຄອງ ຄຸນນະພາບຢາ ເພື່ອຮັບປະກັນຄວາມປອດໄພ ແລະ ປົກປ້ອງຜູ້ບໍລິໂພກ ຕາມແຜນງານຂອງກະຊວງສາທາລະນະສຸກ ທີ່ເປັນຄວາມຮັບຜິດຊອບ ຂອງສາຍອາຫານ ແລະ ຢາ.

ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນການສະໜອງຕອບຕໍ່ແນວທາງຂອງພັກ-ລັດ ທີ່ມີຕໍ່ວຽກງານສາທາລະນະສຸກ ໂດຍສະເພາະການຈັດຕັ້ງປະຕິບັດແຜນຍຸດທະສາດປະຕິຮູບສາທາລະນະສຸກ ທາງດ້ານການປັບປຸງການບໍລິການ. ເປັນການຈັດຕັ້ງຜັນຂະຫຍາຍ ນະໂຍບາຍແຫ່ງຊາດດ້ານຢາ. ເພື່ອສືບຕໍ່ພັດທະນາວຽກງານດັ່ງກ່າວໃຫ້ດີຂຶ້ນ, ການຕິດຕາມຜົນສະທ້ອນຈາການນໍາໃຊ້ຢາ ໃຫ້ໄດ້ຖືກຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ, ກົມອາຫານ ແລະ ຢາ ພາຍໃຕ້ການຊີ້ນໍາຂອງຄະນະນໍາ ຂອງກະຊວງສາທາ່ລະນະສຸກ ໄດ້ກໍານົດເອົາວຽກງານດັ່ງກ່າວ ເຂົ້າໃນແຜນງານປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ຂອງແຜນພັດທະນາສາທາລະນະສຸກ 05 ປີ (2016-2020) ຊຸດທີ XIII

其他产品
联系我们
地 址: Rd.13 South, 31 km Ban Naphasuk, SaithanyDistrict, Vientiane, Lao PDR
邮 箱: info@tlph.com.la
微 信: TLPH01
网 址: https: //tlph.com.la
Copyright © 2017 TLPH. All rights reserved. 技术支持:建站100
Copyright © 2017 TLPH. All rights reserved.
技术支持:建站100